ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄທ ຊຸກຍູ້ການເປີດກວ້າງ ການສົ່ງອອກເຂົ້າສານໃຫ້ ຈີນ


     ອີງ​ຕາມ​ຂ່າວສານ ຊີ​ອາ​ໄອ ຂອງ​ຈີນ ລາຍ​ງານ​ໂດຍ​ອ້າງ​ອີງ​ຂ່າວຈາກໜັງສືພິມ​ບາງກອກ​ໂພ​​ສ​ຂອງ​ ໄທ ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 13 ມີ
ນາ 2024 ຜ່ານ​ມາ​ນີ້, ໄທ​ ມີ​ແຜນ​ຈະ​ເປີດ​ກວ້າງ​ການ​ສົ່ງ​ອອກ​ເຂົ້າສານ​ໃຫ້​ ຈີນ ແລະ ເຂດ​ບໍລິຫານ​ພິເສດ​ຮົງ​ກົງ​ຂອງ​ ຈີນ. ກ່ອນ​ໜ້າ​ນີ້,
ສື່​ມວນ​ຊົນ​ໄທ ໄດ້​ລາຍ​ງານ​ວ່າ: ລັດຖະບານ​ໄທ ໄດ້​ວາງ​ເປົ້າ​ໝາຍ​ທີ່​ຈະ​ສົ່ງ​ອອກ​ເຂົ້າສານ​ທີ່​ມີ​ປະລິມານ​ທັງ​ໝົດ 7,5 ລ້ານ​ໂຕນ​ພາຍ​ໃນ​
ປີ​ນີ້ ເພື່ອ​ຊຸກຍູ້​ການ​ສົ່ງ​ອອກ​ໃຫ້​ຈີນ. ນອກ​ນີ້, ໄທ​ ຍັງ​ມີ​ແຜນ​ຈະ​ສ້າງ​ສູນ​ຈຳໜ່າຍ​ເຂົ້າສານ​ແຫ່ງ​ໜຶ່ງ​ຢູ່​ນະຄອນ​ເສີນ​ເຈີ້ນ​ຂອງ ​ຈີນ.

     ຕົວ​ເລກ​ຂໍ້​ມູນ​ຈາກ​ເວັບ​ໄຊທ໌ ສະມາຄົມ​ຜູ້​ສົ່ງ​ອອກ​ເຂົ້າສານ​ໄທ​ ສະແດງ​ໃຫ້​ເຫັນ​ວ່າ: ປີ 2023, ການ​ສົ່ງ​ອອກ​ເຂົ້າສານ​ຂອງ​ໄທ​ ໃຫ້​
ຈີນ ໄດ້​ບັນລຸ​ຫຼາຍ​ກວ່າ 4,7 ແສນ​ໂຕນ, ສ່ວນ​ເຂົ້າສານ​ທີ່​ສົ່ງ​ອອກ​ໃຫ້​ເຂດ​ບໍລິຫານ​ພິເສດ​ຮົງ​ກົງ​ ຈີນ​ ໄດ້​ບັນລຸ​ຫຼາຍ​ກວ່າ 1,5 ແສນ​ໂຕນ.
ຈີນ​ ແມ່ນ​ຈຸດໝາຍ​ປາຍທາງ​ຂອງ​ການ​ສົ່ງ​ອອກ​ເຂົ້າສານ​ອັນ​ດັບ 3 ຂອງ ໄທ, ສ່ວນ​ເຂດ​ບໍລິຫານ​ພິເສດ​ຮົງ​ກົງ​ຂອງ​ຈີນ​ ແມ່ນ​ຢູ່​ໃນ​ອັນ​ດັບ
​ທີ 13.

     ໜັງສືພິມ​ບາງກອກ​ໂພ​​ສ​ຂອງ​ໄທ​ລາຍ​ງານ​ວ່າ: ເຂົ້າສານ​ຫອມ​ມະ​ລິ​ຂອງ​ໄທ ແມ່ນ​ຜະລິດ​ຕະ​ພັນ​ຕົ້ນຕໍ​ໃນ​ການ​ສົ່ງ​ອອກ​ດ້ານ​ການ​ກະ
ສິກຳ​ຂອງໄທ​ ມາ​ໂດຍ​ຕະ ຫຼອດ. ໄທ ເລັງ​ເຫັນ​ໄດ້​ໃນ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ຈີນ ຕໍ່​ເຂົ້າສານ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຈະ​ຊຸກຍູ້​
ການ​ເປີດ​ກວ້າງ​ການ​ສົ່ງ​ອອກ​ເຂົ້າສານ​ໃຫ້​ຈີນ​ຢ່າງ​ຕໍ່​ເນື່ອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/03/2024